ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງຊຽງຂວາງ ເປັນເຈົ້າພາບຈັດຕັ້ງ
ເຜີຍແຜ່ເອກະສານມາດຖານເງື່ອນໄຂຍ້ອງຍໍຜົນງານ 5 ປີ


ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

    ໃນວັນທີ 23 ສິງຫາ 2023 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ເປັນເຈົ້າພາບເປີດກອງປະຊຸມເຜີຍແຜ່, ເຊື່ອມຊຶມແຈ້ງ
ການຂອງກະຊວງພາຍໃນ ແລະ ຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຄັດເລືອກຜົນງານ 5 ປີ (20 ມັງກອນ 2019-20 ມັງ
ກອນ 2024), ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍເປັນປະທານຮ່ວມຂອງ ສະ
ຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ພົນຈັດຕະວາ
ຂັນທອງ ວົງອຳຄາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີຕາງໜ້າກົມນະໂຍບາຍ, ມີບັນດາສະຫາຍຫົວໜ້າ, ຮອງຫົວ
ໜ້າ ກອງບັນຊາການທະຫານແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ, ກອງພັນໃຫຍ່ 702, 643, 584, ໂຮງໝໍບໍລິເວນ 101, ໂຮງຮຽນນາຍສິບ
ເຫລົ່າຮົບບ້ານແປນ ແລະ ພະນັກງານ-ຫຼັກແຫຼ່ງທົ່ວອົງການ 5 ຫ້ອງກອງບັນຊາການທະຫານແຂວງເຂົ້າຮ່ວມ.

     ສະຫາຍ ພັນໂທ ວັນຕາ ສອນລິດທິເດດ ຮອງຫົວໜ້າຫ້ອງການເມືອງ ຂຶ້ນຜ່ານແຈ້ງການຂອງກະຊວງພາຍໃນ ແລະ ຄໍາສັ່ງແນະນໍາຂອງ
ກະຊວງປ້ອງກັນປະເທດ ວ່າດ້ວຍການຄັດເລືອກຜົນງານ 5 ປີ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ
ຮອບ 75 ປີ ເພື່ອເປັນການສະຫຼຸບຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ 5 ປີ ທົ່ວກອງທັບ
ເພື່ອເຮັດໃຫ້ການຄັດເລືອກຜົນງານດໍາເນີນໄປຢ່າງຖືກຕ້ອງ, ໜັກແໜ້ນ ແລະ ມີຄຸນນະພາບສູງ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍ
ຍ້ອງຍໍສັນລະເສີນໃຫ້ສອດຄ່ອງ, ຖືກຕາມເປົ້າໝາຍທີ່ດີເດັ່ນ, ມີຜົນງານຕົວຈິງຕິດພັນກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ; ເປັນການ
ທົບທວນຫວນຄືນຜົນງານ, ຄວາມງາມຄວາມດີຂອງພະນັກງານ-ນັກຮົບ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ
ນາປະເທດຊາດ ໃນໄລຍະ 5 ປີ ຜ່ານມາ; ແນໃສ່ສືບຕໍ່ປຸກລະດົມຊຸກຍູ້ນໍ້າໃຈຟົດຟື້ນປະຕິວັດ, ເສີມຂະຫຍາຍຫົວຄິດປະດິດສ້າງ, ສະຕິປັນຍາ, ກໍາ
ລັງແຮງສັງລວມຂອງບຸກຄົນເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ ພັກ-ລັດ ມອບໝາຍໃຫ້. ສໍາລັບການຍ້ອງຍໍກົມກອງລວມໝູ່ ແມ່ນໃຫ້
ເລື່ອນໄປການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 80 ປີ ໃນປີ 2029. ຮູບການຍ້ອງຍໍແມ່ນປະເພດຫຼຽນໄຊແຮງງານ ຊັ້ນ I,
ຊັ້ນ II, ຊັ້ນ III; ຫຼຽນໄຊພິລະອາດຫານຊັ້ນ I; ຊັ້ນ II, ຊັ້ນ III; ຫຼຽນກາແຮງງານ, ໃບຍ້ອງຍໍລັດຖະບານ, ໃບຍ້ອງຍໍກະຊວງປ້ອງກັນປະເທດ ແລະ ໃບ
ຍ້ອງຍໍກົມໃຫຍ່ການເມືອງກອງທັບ; ນອກຈາກຮູບການຍ້ອງຍໍຂອງຂັ້ນເທິງແລ້ວ ແມ່ນມອບໃຫ້ກົມກອງທ້ອງຖິ່ນ, ກຳລັງຫລວງ, ແຂວງທີ່ຂຶ້ນກັບ ຄົ້ນ
ຄວ້າຍ້ອງຍໍຕື່ມຕາມຜົນງານຕົວຈິງ. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ກໍໄດ້ມີຄຳຄິດເຫັນຢ່າງກົງໄປກົງມາ ຕໍ່ກັບມາດຖານເງື່ອນໄຂຍ້ອງຍໍຜົນງານ 5 ປີ.   

     ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ເປັນເຈົ້າການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດ
ຊອບສູງ; ບຸກຄົນທີ່ຍ້ອງຍໍຕ້ອງແມ່ນຜູ້ທີ່ມີຫຼັກໝັ້ນການເມືອງ-ແນວຄິດໜັກແໜ້ນ, ມີຄຸນສົມບັດ-ສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດ, ມີຄວາມ
ສາມັກຄີດີ, ມີທັດສະນະມະຫາຊົນກວ້າງຂວາງ, ຮູ້ຈໍາແນກມິດສັດຕູຈະແຈ້ງ, ມີແບບແຜນວິທີເຮັດວຽກດີ, ມີຫົວຄິດປະດິດສ້າງ, ມີຜົນງານດີເດັ່ນ, ຫ້າວ
ຫັນວ່ອງໄວ, ຮັບປະກັນດ້ານຈໍານວນ ແລະ ຄຸນນະພາບ, ສາມາດເຮັດສໍາເລັດໜ້າທີ່ໆໄດ້ຮັບມອບໝາຍ.

ແຫຼ່ງທີ່ມາ ສົມຮັກ ຈັນທະວົງສາ
ວັນທີ 24/08/2023